ຄະນະຕິດຕາມກວດກາຮ່ວມ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ   ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ຣາຊະອານາຈັກກຳປູເຈຍ

ຄະນະຕິດຕາມກວດກາຮ່ວມ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ   ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ ຣາຊະອານາຈັກກຳປູເຈຍ
ສພຊ  ວັນທີ 19 ຕຸລາ ນີ້ ຄະນະຕິດຕາມກວດກາຮ່ວມ ຂອງ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ຢູ່ແຂວງຊຽງແຕ, ຣາຊະອານາຈັກກໍາປູເຈຍ ຊຶ່ງຄະນະຜູ້ແທນ ຂອງສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ນຳໂດຍ ທ່ານ ສຸ ຍາລາ ປະທານຄະນະກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ, ສື່ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ; ຄະນະຜູ້ແທນ ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ນຳໂດຍ ທ່ານ  ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ; ຄະນະຜູ້ແທນ ຂອງສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ຫວູ ຮາຍ ຮ່າ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ຈຸດປະສົງ ເພື່ອຊຸກຍູ້ ແລະ ສົ່ງເສີມການຕິດຕາມກວດກາສະພາບການ, ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງແຜນປະຕິບັດງານ ແລະ ໂຄງການຮ່ວມມື ໃນເຂດສາມຫຼ່ຽມພັດທະນາ ເປັນຕົ້ນແມ່ນຂົງເຂດວຽກງານການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ໂຄງລ່າງພື້ນຖານ, ການຂົນສົ່ງ, ແຮງງານ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຶ່ງລັດຖະບານ ຂອງສາມປະເທດ ໄດ້ຕົກລົງຮ່ວມກັນ.
ໃນການເຄື່ອນໄຫວເຮັດວຽກຄັ້ງນີ້, ຄະນະຕິດຕາມກວດກາຮ່ວມ ຂອງ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ໄດ້ຈັດກອງປະຊຸມພົບປະຮ່ວມກັບ ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະນຳຂອງແຂວງຊຽງແຕງ, ມົນດໍຄີຣີ, ຣັດຕະນະຄີຣີ ແລະ ກຣະເເຈະ ໂດຍໄດ້ຮັບຟັງການລາຍງານຈາກພາກສ່ວນຕ່າງໆກ່ຽວກັບສະພາບລວມ, ຜົນສຳເລັດ,  ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ ຕໍ່ກັບສະພາບການຈັດຕັ້ງປະຕິບັດວຽກງານດ້ານການພັດທະນາວຽກງານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນເຂດສາມຫຼ່ຽມພັດທະນາ CLV ໃນໄລຍະຜ່ານມາ. ພ້ອມນັ້ນ, ທ່ານ ທ່ານ ລິນຄໍາ ດວງສະຫວັນ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ຊຶ່ງທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ການລາຍງານ ຂອງຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ບັນດາແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂອງບັນດາແຂວງ ໃນເຂດ CLV ຂອງກຳປູເຈຍ ກ່ຽວກັບການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ນິຕິກຳ ແລະ ບັນດາເອກະສານຕ່າງໆ ທີ່ລັດຖະບານ ຂອງສາມປະເທດ ໄດ້ລົງນາມຮ່ວມກັນ ເປັນຕົ້ນແມ່ນແຜນປະຕິບັດງານ ວ່າດ້ວຍການເຊື່ອມຈອດດ້ານເສດຖະກິດຮອດປີ 2030, ແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2020 ແລະ ສະບັບປັບປຸງ ຮອດປີ 2030, ແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ສໍາລັບປີ 2020-2025 ແລະ ວິໄສທັດຮອດປີ 2030 ທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານຢ່າງຕັ້ງໜ້າ ແລະ ເປັນຮູບປະທຳ ໂດຍສະເພາະໃນຂົງເຂດວຽກງານການຕ່າງປະເທດ, ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຫັນວ່າ ຣາຊະອາຈັກກຳປູເຈຍ ແລະ ບັນດາແຂວງ ໃນຂົງເຂດ CLV ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ ແລະ ສືບຕໍ່ຮ່ວມມືກັນ ໃນຕໍ່ໜ້າ ເພື່ອນໍາຜົນປະໂຫຍດມາສູ່ ຣາຊະອານາຈັກກໍາປູເຈຍ ກໍຄື ປະຊາຊົນຂອງສາມປະເທດກໍາປູເຈຍ-ລາວ ແລະ ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ. 
ຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມເຂື່ອນໄຟຟ້າ ຊີ ຊານ 2 (Lower Se San 2 Dam) ຢູ່ແຂວງຊຽງແຕງ ແລະຢ້ຽມຢາມ ດ່ານສາກົນ ຕຣາປຽງກຽນ-ໜອງນົກຂຽນ ລະຫວ່າງ ກໍາປູເຈຍ ແລະ ລາວ ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກຢູ່ຣາຊະອານາຈັກກຳປູເຈ້ຍເເລ້ວ ຄະນະຕິດຕາມກວດກາຮ່ວມ ຂອງ 3 ສະພາແຫ່ງຊາດ ກໍາປູເຈຍ, ລາວ ແລະ ຫວຽດນາມ (CLV) ຈະສືບຕໍ່ເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ສປປ ລາວ.

ຄໍາເຫັນ

ຂ່າວການຮ່ວມມື

ສໍາເລັດຝຶກອົບຮົມການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສໍາເລັດຝຶກອົບຮົມການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ຈໍານວນ 40 ຄົນ ສໍາເລັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື”, ພາຍຫຼັງໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 22-26 ມິຖຸນານີ້ ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ.
ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ຈັດກິດຈະກຳຢູ່ເມືອງຊະນະສົມບູນ

ຄະນະຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ພ້ອມດ້ວຍຄະນະແພດໝໍຊາວໜຸ່ມ ນະຄອນໂຮ່ຈິມິນ ສສ ຫວຽດນາມ ເຄື່ອນໄຫວຈັດກິດຈະກຳກວດສຸຂະພາບ ແລະ ຈ່າຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ຄື: ບ້ານຄຳແປງ, ບ້ານໜອງແຄນ ແລະ ບ້ານຄຳຫຼວງ ໃນວັນທີ 21 ມິຖຸນາ ຜ່ານມາ, ທີ່ໂຮງຮຽນມັດທະຍົມຕອນຕົ້ນໜອງແຄນ ໂດຍມີທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ປະທານສະຫະພັນຊາວໜຸ່ມລາວ, ມີທ່ານ ຄຳສີ ຫຼິນສະຫວາດ ເລຂາຄະນະບໍລິຫານງານພັກເມືອງຊະນະສົມບູນ, ທ່ານ ສຸວັນນະລາດ ສີຫານົນ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຈຳປາສັກ, ທ່ານ ເຈິ່ນ ທັນ ຫ໊າຍ ກຳມະການຄະນະບໍລິຫານງານຊາວໜຸ່ມ, ຮອງຫົວໜ້າທີມງານຊາວໜຸ່ມອາສາສະໝັກລະດູແລ້ງສີຂຽວ ນະຄອນໂຮ່ຈິມິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ລາວ-ກຳປູເຈຍ ເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ

ພິທີເປີດຂະບວນການສົ່ງອອກ, ສົ່ງຜ່ານພືດ ແລະ ຜະລິດຕະພັນພືດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນ ວັນທີ 22 ມິຖຸນານີ້ ທີ່ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ໃນວັນທີ 18 ມິຖຸນາຜ່ານມາ, ທີ່ດ່ານສາກົນບໍ່ເຕ່ນ ສປປ ລາວ - ບໍ່ຫ່ານ ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍຂອງ ສປປລາວ ຈຳນວນ 145 ຄົນ ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ວິຊາສະເພາະ ຈາກ ສປ ຈີນ ເພື່ອນໍາຕົວໄປດໍາເນີນຄະດີຢູ່ ສປ ຈີນ.
ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ເດີນທາງຢ້ຽມຢາມປະເທດອົສຕຣາລີ ຕາມຄໍາເຊີນຂອງກະຊວງການຕ່າງປະເທດ ແລະ ການຄ້າອົສຕຣາລີ (DFAT). ການຢ້ຽມຢາມຄັ້ງນີ້ແມ່ນເປັນໂອກາດດີໃຫ້ຜູ້ນໍາສື່ມວນຊົນລາວໄດ້ພົບປະກັບພະນັກງານຂັ້ນສູງຂອງລັດຖະບານອົສຕຣາລີ ແລະ ໄປຢ້ຽມຢາມອົງກອນສື່ມວນຊົນຊັ້ນນໍາຂອງອົສຕຣາລີນຳອີກ.
ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສາທາລະນະລັດ ຟິລິບປິນ ໄດ້ຈັດຂຶ້ນໃນ 22 ມິຖຸນາ ນີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດນ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍຟີລິບປິນ ນຳໂດຍ ທ່ານ ຟຣານຊິດສະໂກ ຕີວລໍເຣວ ລັດຖະມົນຕີກະຊວງກະສິກຳ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍຄະະນະ.
ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການນຳພາຮ່ວມຂອງ ທ່ານ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ (AMS) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ຈັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື” ຂຶ້ນໃນວັນທີ 22 ມິຖຸນານີ້
ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມຄະນະ.
ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ໂດຍສືບຕໍ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ​ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ​ ລາວ ແລະ ຕວັກກີ ຄັ້ງທີ 2 ໃນວັນທີ 11-12 ມິຖຸນາ 2026 ທີ່ ​ນະຄອນຫຼວງ​ ອັງກາລາ ປະເທດຕວັກກີ, ຄະນະຜູ້ແທນຕວັກກີ ນໍາໂດຍ ທ່ານ ກໍກູດ ຢືນເຢັນ (KorkutGüNGEN) ຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດຕວັກກີ.
ເພີ່ມເຕີມ